ເເມວລີ້ງລິດ (Mailing List)
ລາຍລະອຽດກຽວກັບເມວລິ້ງລິດ (Mailing list) ພາສາລາວໃນ OpenOffice.org.
ມັນທຳງານໄດ້ແນວໃດ?
ເມື່ອທ່ານສົ່ງ ອີເເມວໄປທີ່ເເມວລິ້ງລິດ, ລະບົບຈະສົ່ງມັນຕໍ່ໄປທີ່ສາມາຊິກທຸກຄົນໃນເເມວລິ້ງລິດນັ້ນ. ແນ່ນອນທຸກຄົນຕ້ອງເປັນສາມາຊິກຂອງເເມວລິ້ງລິດກ່ອນ
ຈຶ່ງຈະສາມາດໄດ້ຮັບຂໍ້ຄວາມຕອບຮັບຈາກສາມາຊິກອື່ນໆ. ການສະມັກສາມາຊິກສາມາດເຮັດໄດ້ ໂດຍໃຊ້ລິ້ງໃນຕາຕະລາງລຸ່ມ.
ເມວລິ້ງລິດໃຊ້ໄວ້ເພື່ອຫຍັງ?
- ເເມວລິ້ງລິດ "users@lo.openoffice.org" ໃຊ້ເພື່ອແລກປ່ຽນຄວາມຄິດເຫັນກຽວກັບໂຄງການ
Lang/Lo. ແລະເລື່ອງອື່ນໆກຽວກັບ OpenOffice.org
ທີ່ເປັນທີ່ໜ້າສົນໃຈສຳລັບຜູ້ໃຊ້ພາສາລາວ
- ທ່ານສາມາດທີ່ຈະສົ່ງຄຳຖາມກ່ຽວກັບການໃຊ້ງານ OpenOffice.org ໄປໃນເເມວລິ້ງລິດໄດ້. (ແລະຖ້າຫາກທ່ານຕອບຄຳຖາມໃດໄດ້ກໍ່ຂໍໃຫ້ຊ່ວຍຕອບຄຳຖາມນັ້ນດ້ວຍ)
ແລະຖ້າທ່ານມີເຄັດລັບອັນໃດດີໆ ກໍ່ສາມາດສົ່ງມັນມາໃນເເມວລິ້ງລິດໄດ້ເລີຍ ເຊີ່ງເຮົາຈະທຳການລວບລວມເອົາໄວ້ໃນໜ້າ Tips & Tricks.
- ສຳລັບເລື່ອງທົ່ວໆໄປທີ່ບໍ່ໄດ້ເຈາະຈົງກ່ຽວກັບພາສາລາວໃຫ້ໃຊ້ເເມວລິ້ງລິດເຊັ່ນ: users@openoffice.apache.org ແລະ users@openoffice.apache.org.
ແລະສຳລັບການສະມັກເປັນສາມາຊີກຂອງເເມວລິງລິດພາສາອັງກິດໃຫ້ຄິກທີ່ "Mailing lists".
ເມວລິ້ງລິດພາສາລາວ |
ລາຍການ |
ສະມັກສາມາຊິກ |
ຍົກເລີກການເປັນສາມາຊິກ |
ຄົ້ນຫາຂໍ້ຄວາມ |
ເບີ່ງຂໍ້ຄວາມເກົ່າ |
users@lo.openoffice.org
ສົນທະນາກ່ຽວກັບການໃຊ້ງານ OpenOffice.org ເປັນພາສາລາວ.
|
ສະມັກ |
ຍົກເລີກ |
ຄົ້ນຫາ |
ເອີ້ນເບີ່ງ |
dev@lo.openoffice.org
ສົນທະນາກ່ຽວກັບການພັດທະນາ OpenOffice.org ເປັນພາສາລາວ.
|
ສະມັກ |
ຍົກເລີກ |
ຄົ້ນຫາ |
ເອີ້ນເບີ່ງ |
ເຄັດລັບເພີ່ມເຕີ່ມໃນການໃຊ້ເເມວລິ້ງລິດ
- ກະລຸນາສະມັກເປັນສາມາຊິກຂອງເເມວລິ້ງລິດກ່ອນທີ່ຈະສົ່ງອີເເມວເຂົ້າລິດ
- ໃຫ້ສົ່ງອີເເມວແຍກກັນສຳລັບແຕ່ລະຄຳຖາມ, ຖ້າຫາກວ່າຄຳຖາມເຫຼົ່ານັ້ນບໍ່ກ່ຽວຂ້ອງກັນ
- ກະລຸນາອະທິບາຍແຕ່ລະຫົວຂໍ້ໃຫ້ຈະແຈ້ງໃນຊ່ອງ "Subject" (ຫົວຂໍ້)
- ສາມາຊິກທຸກໆ ຄົນຈະໄດ້ຮັບອີເເມວທີ່ສົ່ງເຂົ້າໃນເເມວລິ້ງລິດ ໂດຍບໍ່ໄດ້ມີການກວດສອບຈາກຜູ້ເບີ່ງແຍງລະບົບ
- ທ່ານສາມາດແຍກປະເພດອີເເມວຈາກຫຼາຍໆເມວລິ້ງລິດທີ່ຕ່າງກັນໄດ້ໂດຍໃຊ້ຕົວກອງເເມວ (mail filter) ເຊີ່ງໂປຼແກຼມອີເເມວທົ່ວໆໄປຈະມີຄວາມສາມາດນີ້
|
|
|