ຄວາມເປັນມາ

ແນະນຳໂຄງການ OpenOffice.org ເພີ່ມເຕີ່ມ.

ປະວັດ

OpenOffice.org ມີຕົ້ນກຳເນີດມາຈາກ StarOffice, ຊຶ່ງເປັນໂປຼແກຼມສຳນັກງານທີ່ພັດທະນາໃນປະເທດເຢຍລະມັນ ທີ່ມີມາຕັ້ງແຕ່ກາງຍຸກ 80 ຫຼັງຈາກນັ້ນໃນປີ 1999 ກໍ່ຖຶກຊື້ໂດຍ Sun microsystems; StarOffice ລຸ້ນ 5.2 ວ່າງຕະຫຼາດເມື່ອວັນເດືອນ ມີຖຸນາ ປີ ຄ.ສ 2000, ລຸ້ນ 6.0 ໃນປີ 2002. ສິ່ງທີ່ພິເສດໃນການພັດທະນາ StarOffice ລຸ້ນ 6.0 ແມ່ນການພັດທະນາໂດຍສ່ວນໃຫຍ່ນັ້ນ ພັດທະນາໃນຮູບແບບຂອງຊອດໂຄ້ດເປີດ, ເພື່ອທີ່ຈະເຮັດແນວນີ້ໄດ້ Sun ໄດ້ເປີດຊອດໂຄ້ດຊອງ StarOffice ສູ່ສາທາລະນະຊົນ (ຍົກເວັນບາງສວ່ນ ທີ່ພັດທະນາໂດຍບຸກຄົນອື່ນ) ແລະກໍ່ຕັ້ງໂຄງການ OpenOffice.org ຂຶ້ນມາ, ການທີ່ເຮັດແນວນີ້ບໍ່ໄດ້ມາຍຄວາມວ່າ Sun ຈະລະເລີຍການພັດທະນາທັ້ງໝົດໃຫ້ເປັນນ້າທີ່ຂອງອາສາສະມັກເຫຼົ່ານັ້ນ , ການພັດທະນາສ່ວນໃຫຍ່ຍັງຄົງເຮັດໂດຍພະນັກງານຂອງ Sun, ນອກຈາກນີ້ Sun ຍັງໄດ້ໃຫ້ການສະນັບສະໜຸນຄ່າໃຊ້ຈ່າຍໃນການດຳເນີນງານຂອງໂຄງການOpenOffice.org ອີກດ້ວຍ

StarOffice ແລະ OpenOffice.org

ເຮົາຈະເຫັນໄດ້ວ່າຊອດໂຄງຂອງ OpenOffice.org ນັ້ນຈະຖືກນຳໄປສ້າງເປັນຜະລິດຕະພັນສອງຢ່າງຄື:

  • StarOffice ໂດຍສ່ວນທີ່ບໍ່ໄດ້ຖືກເປີດຊອດໂຄ້ດກ່ອນໜ້ານີ້ ຈະຖືກເພີ່ມເຂົ້າມາ
  • OpenOffice.org ຊຶ່ງເປັນໂປຼແກຼມເປີດຊອດໂຄ້ດ, ໂດຍສ່ວນທີ່ຂາດຫາຍໄປສ່ວນໃຫຍ່ຈະຖືກແທນທີ່ດ້ວຍໂປຼແກຼມເປີດຊອດໂຄ້ດອື່ນໆ ທີ່ມີຄຸນນະພາບພໍເປັນທີ່ຍອມຮັບ ໄດ້, ດັ່ງນັ້ນໃນຫຼາຍກໍ່ລະນີ້ເຮົາຈະພົບວ່າ OpenOffice.org ມີສິ່ງທີ່ StarOffice ບໍ່ມີ.

ອ່ານ FAQ (ພາສາອັງກິດ) ເລື່ອງຄວາມແຕກຕ່າງ StarOffice ກັບ OpenOffice.org

ສຳລັບການນຳໃຊ້ຈິ່ງແລ້ວ ມີຄວາມແຕກຕ່າງຫຼັກໆຄື:

  • StarOffice ບໍ່ຟີ (ຕ້ອງຊື້), ແຕ່ລາຄາກໍ່ບໍ່ແພງຫຼາຍປານ,ຕຳກວ່າ 100 €. ສ່ວນ OpenOffice.org ແຈກຟີ.
  • StarOffice ແ່ມນສົບບູນຫຼາຍກວ່າ (ມີແບບຕົວອັກສອນຫຼາຍແບບກວ່າ) ມີຕົວກວດສອບຕົວສະກົດ ແລະວັດຈະນານຸກົມ ພາສາອັງກິດ, ເຢຍລະມັນ, ຝລັ່ງ, ສະເປນ ແລະພາສາອື່ນໆນຳນວນໜຶ່ງ, ນອກນັ້ນຍົງມີຖານຂໍ້ມູນ Adabas D, ເອກະສານຕົ້ນສະບັບ ແລະສະກິບອາດເພີ່ມເຕີ່ມ ສາມາດຮອງຮັບເອກະສານໄດ້ຫຼາຍຮູບແບບກວ່າ ສ່ວນ OpenOffice.org ມີຕົວກວດຕົວສະກົດສະເພາະພາສາອັງກິດເທົ່ານັ້ນ.
  • Sun ສະເໜີການບໍ່ລິການສຳລັບ StarOffice (ນີ້ເປັນທີ່ໜ້າສົນໃຈ ໂດຍສະເພາະສຳລັບຜູ້ໃຊ້ແບບອົງກອນ) ສ່ວນ OpenOffice.org ຜູ້ໃຊ້ຕ້ອງສອບຖາມບັນຫາຈາກຜູ້ອື່ນ ແລະຫາທາງແກ້ໄຂບັນຫາເອງ (ເບີ່ງທີ່ໜ້າ ເເມວລິ້ງລິດ).
  • ຍັງບໍ່ມີແຜນສຳລັບ StarOffice ພາສາລາວເທື່ອ, ແຕ່ໃນປະຈຸບັນ OpenOffice.org ມີລຸ້ນພາສາຕ່າງໆຫຼາຍພາສາ ລວມທັງພາສາລາວ.

 

 

 
Native Lang/Lao
ຄຳແນະນຳ
ຜະລິດຕະພັນ
ລາຍລະອຽດ
ດາວໂຫລດ
ຊີດີຣອມ
ຕົວກວດການສະກົດ
ໂຄງການ
ຄວາມເປັນມາ
ຖາມ/ຕອບ
ຂໍຄວາມຊ່ວຍເຫລືອ
ເເມວລີ້ງລິດ
ເອກະສານ
ຮ່ວມພັດທະນາ
ເຮັດແນວໃດ?
ແຈ້ງບັນຫາ
ຕິດຕໍ່
ເເມວລີ້ງລິດ
ທີ່ຢູ່ທີມງານຂອງຊ້າງດາວ
ອື່ນໆ
ເຄດິດ
ຂໍ້ກົດຫມາຍ