ເເມວລີ້ງລິດ (Mailing List)

ລາຍລະອຽດກຽວກັບເມວລິ້ງລິດ (Mailing list) ພາສາລາວໃນ OpenOffice.org.

ມັນທຳງານໄດ້ແນວໃດ?

ເມື່ອທ່ານສົ່ງ ອີເເມວໄປທີ່ເເມວລິ້ງລິດ, ລະບົບຈະສົ່ງມັນຕໍ່ໄປທີ່ສາມາຊິກທຸກຄົນໃນເເມວລິ້ງລິດນັ້ນ. ແນ່ນອນທຸກຄົນຕ້ອງເປັນສາມາຊິກຂອງເເມວລິ້ງລິດກ່ອນ ຈຶ່ງຈະສາມາດໄດ້ຮັບຂໍ້ຄວາມຕອບຮັບຈາກສາມາຊິກອື່ນໆ. ການສະມັກສາມາຊິກສາມາດເຮັດໄດ້ ໂດຍໃຊ້ລິ້ງໃນຕາຕະລາງລຸ່ມ.

ເມວລິ້ງລິດໃຊ້ໄວ້ເພື່ອຫຍັງ?

  • ເເມວລິ້ງລິດ "users@lo.openoffice.org" ໃຊ້ເພື່ອແລກປ່ຽນຄວາມຄິດເຫັນກຽວກັບໂຄງການ Lang/Lo. ແລະເລື່ອງອື່ນໆກຽວກັບ OpenOffice.org ທີ່ເປັນທີ່ໜ້າສົນໃຈສຳລັບຜູ້ໃຊ້ພາສາລາວ
  • ທ່ານສາມາດທີ່ຈະສົ່ງຄຳຖາມກ່ຽວກັບການໃຊ້ງານ OpenOffice.org ໄປໃນເເມວລິ້ງລິດໄດ້. (ແລະຖ້າຫາກທ່ານຕອບຄຳຖາມໃດໄດ້ກໍ່ຂໍໃຫ້ຊ່ວຍຕອບຄຳຖາມນັ້ນດ້ວຍ) ແລະຖ້າທ່ານມີເຄັດລັບອັນໃດດີໆ ກໍ່ສາມາດສົ່ງມັນມາໃນເເມວລິ້ງລິດໄດ້ເລີຍ ເຊີ່ງເຮົາຈະທຳການລວບລວມເອົາໄວ້ໃນໜ້າ Tips & Tricks.
  • ສຳລັບເລື່ອງທົ່ວໆໄປທີ່ບໍ່ໄດ້ເຈາະຈົງກ່ຽວກັບພາສາລາວໃຫ້ໃຊ້ເເມວລິ້ງລິດເຊັ່ນ: users@openoffice.apache.org ແລະ users@openoffice.apache.org. ແລະສຳລັບການສະມັກເປັນສາມາຊີກຂອງເເມວລິງລິດພາສາອັງກິດໃຫ້ຄິກທີ່ "Mailing lists".

ເມວລິ້ງລິດພາສາລາວ
ລາຍການ ສະມັກສາມາຊິກ ຍົກເລີກການເປັນສາມາຊິກ ຄົ້ນຫາຂໍ້ຄວາມ ເບີ່ງຂໍ້ຄວາມເກົ່າ

users@lo.openoffice.org
ສົນທະນາກ່ຽວກັບການໃຊ້ງານ OpenOffice.org ເປັນພາສາລາວ.

ສະມັກ ຍົກເລີກ ຄົ້ນຫາ ເອີ້ນເບີ່ງ

dev@lo.openoffice.org
ສົນທະນາກ່ຽວກັບການພັດທະນາ OpenOffice.org ເປັນພາສາລາວ.

ສະມັກ ຍົກເລີກ ຄົ້ນຫາ ເອີ້ນເບີ່ງ


    ເຄັດລັບເພີ່ມເຕີ່ມໃນການໃຊ້ເເມວລິ້ງລິດ

  • ກະລຸນາສະມັກເປັນສາມາຊິກຂອງເເມວລິ້ງລິດກ່ອນທີ່ຈະສົ່ງອີເເມວເຂົ້າລິດ
  • ໃຫ້ສົ່ງອີເເມວແຍກກັນສຳລັບແຕ່ລະຄຳຖາມ, ຖ້າຫາກວ່າຄຳຖາມເຫຼົ່ານັ້ນບໍ່ກ່ຽວຂ້ອງກັນ
  • ກະລຸນາອະທິບາຍແຕ່ລະຫົວຂໍ້ໃຫ້ຈະແຈ້ງໃນຊ່ອງ "Subject" (ຫົວຂໍ້)
  • ສາມາຊິກທຸກໆ ຄົນຈະໄດ້ຮັບອີເເມວທີ່ສົ່ງເຂົ້າໃນເເມວລິ້ງລິດ ໂດຍບໍ່ໄດ້ມີການກວດສອບຈາກຜູ້ເບີ່ງແຍງລະບົບ
  • ທ່ານສາມາດແຍກປະເພດອີເເມວຈາກຫຼາຍໆເມວລິ້ງລິດທີ່ຕ່າງກັນໄດ້ໂດຍໃຊ້ຕົວກອງເເມວ (mail filter) ເຊີ່ງໂປຼແກຼມອີເເມວທົ່ວໆໄປຈະມີຄວາມສາມາດນີ້

 

 

 
Native Lang/Lao
ຄຳແນະນຳ
ຜະລິດຕະພັນ
ລາຍລະອຽດ
ດາວໂຫລດ
ຊີດີຣອມ
ຕົວກວດການສະກົດ
ໂຄງການ
ຄວາມເປັນມາ
ຖາມ/ຕອບ
ຂໍຄວາມຊ່ວຍເຫລືອ
ເເມວລີ້ງລິດ
ເອກະສານ
ຮ່ວມພັດທະນາ
ເຮັດແນວໃດ?
ແຈ້ງບັນຫາ
ຕິດຕໍ່
ເເມວລີ້ງລິດ
ທີ່ຢູ່ທີມງານຂອງຊ້າງດາວ
ອື່ນໆ
ເຄດິດ
ຂໍ້ກົດຫມາຍ