ຊີດີຣອມ OpenOffice.org

ການແຈກຈ່າຍຊອບແວແບບເປັນຊີດີຣອມ(CD-ROM)ນັ້ນ ມີຈູດປະສົງເພື່ອອຳນວຍຄວາມສະດວກໃຫ້ແກ້ຜູ້ໃຊ້ທີ່ບໍ່ສະດວກທີ່ຈະດາວໂຫລດ(download)ໂດຍຕົນເອງ.
ສຳລັບການແຈກຈ່າຍຊ໊ອດໂຄ້ດຂອງ OpenOffice.org ແບບເປັນຊີດີຣອມ, ກະລຸນາອ່ານທີ່ ຖາມ/ຕອບ ເນື່ອງຈາກເອກະສານໃນໂຕກວດສອບຕົວສະກົດຫລາຍເອກະສານ (ໃນພາສາອື່ນໆ ທີ່ບໍ່ແມ່ນພາສາມລາວ) ຢູ່ພາຍໃຕ້ເງື່ອນໄຂຂອງໃບອະນຸຍາດແບບ GPL, ດັງນັ້ນຈຶ່ງຄວນໃຫ້ແນ່ໃຈວ່າ ເອກະສານແນະນຳ (Readme) ໄດ້ຖືກບັນຈຸໄວ້ໃນຊີດີຣອມ.

ຊີດີຣອມທີ່ບັນຈຸຊອບແວ Openoffice.org ຄວນຈະຕ້ອງມີສ່ວນປະກອບດັ່ງໃນຕົວຢ່າງລຸ່ມນີ້:

  • ໂປຼແກຼມ OpenOffice.org ພາສາລາວລຸ້ນລ່າສຸດ ສຳລັບ MS Windows(x86), GNU/Linux(x86)
  • ໂປຼແກຼມ OpenOffice.org ພາສາອັງກິດ(ຕົ້ນສະບັບ) ສຳລັບ MS Windows(x86), GNU/Linux(x86)
  • ຊອດໂຄ້ດ
  • ໃບອະນຸຍາດໃຊ້ງານທີ່ກ່ຽວຂ້ອງ ເຊັ່ນໃບອະນຸຍາດແບບ GPL, LGPL ແລະ SISSL
  • ເອກະສານສຳລັບຕົວກວດສອບຕົວສະກົດ ເຊັ່ນວັດຈະນານຸກົມ ລວມເຖີງເອກະສານປະກອບຕ່າງໆ

ຜູ້ທີ່ສົນໃຈສາມາດຈຳໜ່າຍຊີດີຣອມ OpenOffice.org ພາສາລາວໄດ້ທັນທີ, ແລະຊ່ວຍ ແຈ້ງຂໍ້ມູນຂອງທ່ານມາທີ່ພວກເຮົາ ເພື່ອທີ່ວ່າພວກເຮົາຈະໄດ້ສະແດງຂໍ້ມູນຂອງ ທ່ານໄວ້ໃນລາຍຊື່ຜູ້ຈັດຈຳໜ່າຍໄວ້ໃນໜ້ານີ້.

 

 

 
lang/lo
ຄຳແນະນຳ
ຜະລິດຕະພັນ
ລາຍລະອຽດ
ດາວໂຫລດ
ຊີດີຣອມ
ຕົວກວດການສະກົດ
ໂຄງການ
ຄວາມເປັນມາ
ຖາມ/ຕອບ
ຂໍຄວາມຊ່ວຍເຫລືອ
ເມວລີ້ງລິດ
ເອກະສານ
ຮ່ວມພັດທະນາ
ເຮັດແນວໃດ?
ແຈ້ງບັນຫາ
ຕິດຕໍ່
ເມວລີ້ງລິດ
ທີ່ຢູ່
ອື່ນໆ
ເຄດິດ
ຂໍ້ກົດຫມາຍ